06
Oct

“ຄວາມເປັນລາວ” ໃນສະຖາປັດຕະຍະກຳ

“ຄວາມເປັນລາວ” ໃນສະຖາປັດຕະຍະກຳ

How to Design “ຄວາມເປັນລາວ” ໃນສະຖາປັດຕະຍະກຳ

 

ມີຄວາມເຊື່ອກັນມາດົນແລ້ວວ່າ ການສ້າງສັນ “ຄວາມເປັນລາວ” ໃສ່ລົງໄປ ໃນການອອກແບບສະຖາປັດຕະຍະກຳນັ້ນ ເປັນເລື່ອງຍາກ ຕ້ອງໃຊ້ຜູ້ຊ່ຽວຊານສະເພາະເທົ່ານັ້ນ ຈຶ່ງຈະສາມາດເຮັດໄດ້ ສ່ວນຄວາມພະຍາຍາມໃສ່ຄວາມເປັນລາວ ໃນແບບສະບັບຂອງໄທບ້ານທົ່ວໄປນັ້ນ ຕ່າງກໍຖືກນັກວິຊາການ ວິພາກວິຈານວ່າ ເປັນການສ້າງຄວາມເປັນລາວ ທີ່ຕື້ນໆ ແລະ ລວບໆ

ຜູ້ຂຽນເປັນຄົນໜຶ່ງທີ່ສົນໃຈ ປະເດັນວ່າດ້ວຍ ການສ້າງຄວາມເປັນລາວໃນການອອກແບບຖາປັດຕະຍະກຳ ມາພໍສົມຄວນ ແລະມີຄວາມແປກໃຈມາຕະຫລອດວ່າ ເປັນຫຍັງຄົນສ່ວນໃຫຍ່ຈຶ່ງເບິ່ງການສ້າງ “ຄວາມເປັນລາວ”ວ່າ ເປັນເລື່ອງຊັບຊ້ອນ ແລະເລິກເຊິ່ງ ຈົນຕ້ອງໃຊ້ຜູ້ຊ່ຽວຊານສະເພາະດ້ານ ມາເຮັດການສຶກສາຄົ້ນຄວ້າ ແລະອອກແບບ ຊຶ່ງເມື່ອເບິ່ງ ການອອກແບບຂອງຜູ້ທີ່ໄດ້ຊື່ວ່າ ເປັນຜູ້ຊ່ຽວຊານທັງຫລາຍແລ້ວ ກໍບໍ່ໄດ້ມີລັກສະນະແຕກຕ່າງ ໃນແງ່ວິທີຄິດ ແລະ ວິທີການອອກແບບ ຈາກສະຖາປັດຕະຍະກຳອື່ນໆ ຢ່າງມີຄວາມໝາຍສຳຄັນແຕ່ຢ່າງໃດເລີຍ ຈາກການສັງເກດ ການອອກແບບ ສະຖາປັດຕະຍະກຳ ຂອງບັນດາຜູ້ຊ່ຽວຊານທັງຫລາຍ ທີ່ໄດ້ຮັບການຍົກຍ້ອງວ່າມີຄວາມເປັນລາວ ຜູ້ຂຽນພົບຄຳຕອບວ່າ ຄວາມເປັນລາວ ທີ່ບັນດາທ່ານ ທັງຫລາຍສ້າງຂຶ້ນນັ້ນ ເປັນເລື່ອງທີ່ເຮັດໄດ້ງ່າຍ ບໍ່ໄດ້ເລິກແລບ ຊັບຊ້ອນ ຫຍັງເລີຍ ແຕ່ທີ່ຄົນສ່ວນໃຫຍ່ຄິດວ່າ ເລິກແລບນັ້ນ ເປັນເພາະມີພາບລວງຕາ ບາງຢ່າງມາບົດບັງຢູ່ ແລະ ເປັນພາບລວງຕາ ທີ່ຜູ້ຊ່ຽວຊານທັງຫລາຍ ໃນວົງການສະຖາປັດຕະຍະກຳ ນັ້ນລະ ຮ່ວມກັນສ້າງຂຶ້ນ

ຕະຫລອດຫລາຍສິບປີທີ່ຜ່ານມາ ສັງຄົມລາວຖືກກຳນົດໃຫ້ຄຳນຶງ ແລະເນັ້ນໜັກຄວາມສຳຄັນ ໃນເລື່ອງຄວາມເປັນລາວ ໃນແງ່ມຸມທາງດ້ານນາມມະທຳ ຫລາຍກວ່າຮູບປະທຳ ຈົນການອະທິບາຍຄວາມເປັນລາວ ເຕັມໄປດ້ວຍຄວາມສວຍງາມ ອະລັງການ ແຕ່ຟັງບໍ່ຄ່ອຍເຂົ້າໃຈວ່າແມ່ນຫຍັງແທ້ ສ່ວນການເວົ້າຫຍັງທີ່ເປັນ ຮູບປະທຳ ຫລາຍເກີນໄປ ພັດຖືກເບິ່ງວ່າ ງ່າຍດາຍ ແລະຄິດຕື້ນໂພດ ຈົນຄວາມເປັນລາວ ເປັນສິ່ງທີ່ເອື້ອມເຖິງໄດ້ຍາກ ຄວາມເປັນລາວຈຶ່ງຖືກເນັ້ນສະເພາະມິຕິດ້ານ ນາມມະທຳ ເນັ້ນສະແດງລັກສະນະ “ຄຸມເຄືອ” ຫລາຍກວ່າ “ຊັດເຈນ” ເນັ້ນສະແດງລັກສະນະ “ສັກສິດ” ຫລາຍກວ່າ “ສາມັນ” ຫາກເຮົາສາມາດຕັດພາບລວງຕານີ້ອອກໄປໄດ້ ແລ້ວເບິ່ງ“ຄວາມເປັນລາວ”ວ່າບໍ່ແມ່ນເລື່ອງ ນາມມະທຳ, ສັກສິດ ພຽງດ້ານດຽວ ແຕ່ເບິ່ງດ້ວຍສາຍຕາໃໝ່ວ່າ ຕ້ອງປະກອບດ້ວຍລັກສະນະ ນາມມະທຳ ແລະຮູບປະທຳ ຄວບຄູ່ກັນໄປສະເໝີ ຄວາມຫມາຍໃນແງ່ ນາມມະທຳ ຍ່ອມຢູ່ໂດດດ່ຽວບໍ່ໄດ້ ຈຳເປັນຕ້ອງມີ ຮູບປະທຳບາງຢ່າງ ມາເຮັດຫນ້າທີ່ ເປັນສິ່ງຮອງຮັບ ລັກສະນະ ນາມມະທຳນັ້ນ ເພື່ອໃຫ້ຄົນໃນສັງຄົມສາມາດຈະຮັບຮູ້ ແລະ ເຂົ້າເຖິງໄດ້ ຖ້າຈະຢືມແນວທາງແບບ “Semiology” ມາເປັນເຄື່ອງມືອະທິບາຍ ສິ່ງທີ່ຮຽກວ່າ “ຄວາມເປັນລາວ” ກໍຄື “ຄວາມຫມາຍສັນຍະ” (Signified) ທີ່ມີ ລັກສະນະນາມມະທຳ ຊຶ່ງຈັບຕ້ອງບໍ່ໄດ້ ຈຳເປັນຈະຕ້ອງມີ “ຮູບສັນຍະ” (Signifier) ທີ່ເປັນຮູບປະທຳ ມາເຮັດຫນ້າທີ່ຄວບຄຸມຄວາມຫມາຍ ສັນຍະ ສະເໝີ ບໍ່ວ່າຈະເປັນຜູ້ຊ່ຽວຊານມາຈາກໃສກໍ່ຕາມ ການອະທິບາຍ “ຄວາມເປັນລາວ” ຊຶ່ງເປັນພຽງ “ຄວາມຫມາຍສັນຍະ” ຈະຕ້ອງສະແດງຜ່ານ “ຮູບສັນຍະ” ອັນໃດອັນໜຶ່ງ ໂດຍບໍ່ມີຂໍ້ຍົກເວັ້ນ ປະເດັນກໍ່ຄື ທີ່ຜ່ານມາ ຜູ້ຊ່ຽວຊານມັກຊຸກເຊື່ອງ ຮູບແບບ ສັນຍະ ທີ່ຕົນເອງໃຊ້ (ຊຶ່ງກໍບໍ່ໄດ້ພິເສດພິດສະດານຫຍັງເລີຍ) ພາຍໃຕ້ໂວຫານທີ່ຄຸມເຄືອ ແລະສັກສິດ ເນັ້ນຫນັກ ການນຳສະເໜີ ສະເພາະມິຕິໃນແງ່ ນາມມະທຳ ເພື່ອຮັກສາ “ອຳນາດ” ໃນການນິຍາມຄວາມເປັນລາວເອົາໄວ້ ເປົ້າໝາຍ ຂອງບົດຄວາມນີ້ຄື ເປີດມ່ານບັງຕາ ແລະ ເຜີຍໃຫ້ເຫັນວິທີການທີ່ຜູ້ຊ່ຽວຊານຕ່າງໆ ໃຊ້ໃນການສ້າງຄວາມເປັນລາວ ວ່າ ມັນກໍ່ແສນສາມັນ ແລະງ່າຍດາຍ ບໍ່ຕ່າງຈາກການອອກແບບທົ່ວໄປຫລາຍ ອັນທີ່ຖືກປະນາມວ່າ ສະແດງຄວາມເປັນລາວ ຢ່າງບໍ່ພິຖີພິຖັນ ນັ້ນເລີຍ

(ຍັງມີຕໍ່…)